ບົດອະທິຖານທີ່ສະຖູບຂອງ ພຣະບາຮາອຸລລາຫ໌ ແລະ ພຣະບ໊ອບ (#12858)

*(ໃຊ້ສວດໃນວັນສັກສິດທີ່ເປັນວັນຄົບຮອບທັງສອງພຣະອົງດ້ວຍ)


ຄວາມສັນລະເສີນທີ່ຮຸ່ງອາລຸນຂື້ນມາ  ຈາກອັດຕະພາບອັນກຽງໄກທີ່ສຸດຂອງພຣະອົງ ແລະ ຄວາມຮຸ່ງເຮືອງທີ່ສ່ອງແສງອອກມາຈາກຄວາມງາມ  ອັນແຈ້ງສະຫວ່າງທີ່ສຸດຂອງພຣະອົງ  ສະຖິດຢູ່ກັບພຣະອົງ  ຂ້າແດ່ພຣະຜູ້ສະແດງຄວາມຍິ່ງໃຫ່ຍ ໃຫ້ເປັນທີ່ປະຈັກແຈ້ງ  ພຣະຜູ້ເປັນລາຊາແຫ່ງນິລັນດອນການ  ພຣະຜູ້ເປັນນາຍຂອງທຸກຄົນ  ທີ່ຢູ່ໃນສະຫວັນແລະໂລກ!  ຂ້າພະອົງຂໍຢືນຢັນວ່າ  ອານາຈັກຣາຊສັກດາແລະ ຄວາມຍິ່ງໃຫ່ຍຂອງພຣະຜູ້ເປັນເຈົ້າ  ເປີດເຜີຍຜ່ານມາທາງພຣະອົງ  ດວງຕາເວັນທີ່ແຈ້ງສະຫວ່າງ ມາແຕ່ບູຮານນະການ  ໄດ້ສາດແສງລັດໝີຢູ່ເທິງນະພາ  ແຫ່ງປະກາສິດທີ່ປ່ຽນແປງບໍ່ໄດ້ຂອງພຣະອົງ ແລະ ຄວາມງາມຂອງພຣະຜູ້ທີ່ຂ້າພະອົງເບິ່ງບໍ່ເຫັນ  ໄດ້ເຮືອງແສງຢູ່ເໜືອຂອບຟ້າຂອງສັບພະສິ່ງທັງປວງ  ຂ້າພະອົງຂໍຢືນຢັນອີກວ່າ  ພຽງແຕ່ການເຄື່ອນຍ້າຍປາຍປາກກາຂອງພຣະອົງ  ບັນຊາທີ່ວ່າ“ພຣະອົງຈົ່ງເປັນ” ຈຶ່ງບັງເກີດຜົນຄວາມລັບຂອງພຣະຜູ້ເປັນເຈົ້າ ຖືກ ເປີດເຜີຍທຸກສັບພະສິ່ງ  ຖືກບັນດານຂຶ້ນມາ  ແລະການເປີດເຜີຍພຣະທັມທັງໝົດຫລັ່ງລົງມາ.

ຂ້າພະອົງຂໍເປັນພະຍານວ່າ ຄວາມງາມຂອງພຣະຜູ້ ເປັນທີ່ບູຊາ ເປີດເຜີຍຜ່ານມາທາງພຣະອົງ ພຣະພັກຂອງ ພຣະຜູ້ເປັນຍອດປາດຖະໜາ ເປັ່ງລັດສະໝີຢູ່ໃນພຣະພັກ ຂອງພຣະອົງ ແລະ ພຣະອົງຊົງຕັດສິນທຸກສັບພະສິ່ງ  ດ້ວຍພຣະວັດຈະນະຂອງພຣະອົງ  ໂດຍບັນດານໃຫ້ຜູ້ທີ່ອຸທິດຕົນ
ຕໍ່ພຣະອົງ  ໄດ້ຂຶ້ນໄປສູ່ສຸດຍອດຂອງຄວາມຮຸ່ງເຮືອງ ແລະຜູ້ທີ່ບໍ່ມີສາສະໜາ   ຈົມລົງໄປສູ່ກົ້ນບຶ້ງແຫ່ງອະເວຈີ.

ຂ້າພະອົງ ຂໍເປັນພະຍານວ່າ ຜູ້ທີ່ຮູ້ຈັກພຣະອົງ ໄດ້ຮູ້ຈັກ ພຣະຜູ້ເປັນເຈົ້າ ແລະ ຜູ້ທີ່ໄດ້ເຂົ້າເຝົ້າພຣະອົງ ໄດ້ເຂົ້າເຝົ້າ ພຣະຜູ້ເປັນເຈົ້າ ພຣະພອນນັ້ນຊ່າງຍິ່ງໃຫຍ່ ສໍາລັບຜູ້ທີ່ເຊື່ອ ໃນພຣະອົງ ແລະ ເຄື່ອງໝາຍຂອງພຣະອົງ ຖ່ອມຕົນຕໍ່ອະທິ ປະໄຕຂອງພຣະອົງ ໄດ້ຮັບກຽດໃນການເຂົ້າເຝົ້າພຣະອົງ ເປັນທີ່ຍິນດີຕາມພຣະປະສົງຂອງພຣະອົງ ຫ້ອມລ້ອມພຣະ ອົງ ແລະ ຢືນຢັນຢູ່ໜ້າບັນລັງຂອງພຣະອົງ ຄວາມຫາຍະ ນະບັງເກີດກັບຜູ້ທີ່ກະທໍາບາບຕໍ່ພຣະອົງ ປະຕິເສດພຣະອົງ ປະຕິເສດເຄື່ອງໝາຍຂອງພຣະອົງ ປະຕິເສດອະທິປະໄຕ ຂອງພຣະອົງ ລຸກຂຶ້ນຕໍ່ຕ້ານພຣະອົງ ຍິ່ງທະນົງຕໍ່ພຣະພັກ ຂອງພຣະອົງ ໂຕ້ແຍ້ງພະຍານຫລັກຖານຂອງພຣະອົງ ໜີ ອອກໄປຈາກການປົກຄອງ  ແລະ  ອານາຈັກຂອງພຣະອົງ ແລະ ໄດ້ຮັບການນັບວ່າ  ເປັນພວກບໍ່ມີສາສະໜາ ຊຶ່ງຊື່ຂອງ
ພວກເຂົາ ຖືກຈາລຶກໄວ້  ໃນທັມມະຈາລຶກສັກສິດ  ດ້ວຍກົດແຫ່ງພຣະບັນຊາຂອງພຣະອົງ.

ຂ້າແດ່ພຣະຜູ້ເປັນເຈົ້າຂອງຂ້າພະອົງ  ພຣະຜູ້ເປັນທີ່ຮັກຍິ່ງຂອງຂ້າພະອົງ ຈາກມືຂວາແຫ່ງຄວາມປານີ ແລະເມດ ຕາຮັກໃຄ່ຂອງພຣະອົງ   ຂໍພຣະກະລຸນາທິຄຸນຂອງພຣະອົງຊົງພັດເອົາລົມຫາຍໃຈ  ອັນບໍລິສຸດມາຍັງຂ້າພະອົງ  ເພື່ອວ່າລົມຫາຍໃຈນັ້ນ ຈະພັດໃຫ້ຂ້າພະອົງລຸດພົ້ນ ຈາກຕົນເອງ ແລະໂລກ  ແລະ ເຂົ້າໄປສູ່ຣາຊສໍານັກແຫ່ງຄວາມໃກ້ສິດແລະທີ່ສະຖິດຂອງພຣະອົງ  ພຣະອົງຊົງອໍານາດໃນການກະທໍາສິ່ງທີ່ພຣະອົງປາດຖະໜາ  ຄວາມຈິງແລ້ວ  ພຣະອົງຊົງຄວາມຍິ່ງໃຫຍ່  ເໜືອສັບພະສິ່ງທັງປວງ.

ການລະນຶກເຖິງ ແລະ ການສັນລະເສີນພຣະຜູ້ເປັນເຈົ້າ ຄວາມຮຸ່ງເຮືອງ ແລະ ແສງສະຫວ່າງຂອງພຣະຜູ້ເປັນເຈົ້າສະຖິດຢູ່ກັບພຣະອົງ   ຂ້າແດ່ພຣະຜູ້ເປັນຄວາມງາມຂອງພຣະຜູ້ເປັນເຈົ້າ!  ຂ້າພະອົງຂໍເປັນພະຍານວ່າ ດວງຕາຂອງທຸກສັບພະສິ່ງ ບໍ່ເຄີຍເຫັນໃຜຖືກປະທຸບຮ້າຍ ເໝືອນພຣະອົງ ຕະຫລອດຊີວິດຂອງພຣະອົງ ຈົມຢູ່ໃນມະຫາສະໝຸດແຫ່ງ ຄວາມທຸກທໍລະມານ  ເວລາໜຶ່ງ  ພຣະອົງຖືກລ່າມດ້ວຍໂສ້ ອີກເວລາໜຶ່ງ  ພຣະອົງຖືກຄຸກຄາມ  ດ້ວຍດາບຂອງຜູ້ຫວັງປອງຮ້າຍ  ເຖິງດັ່ງນັ້ນກໍ່ຕາມ  ພຣະອົງກໍ່ໄດ້ບັນຊາມວນມະນຸດ ໃຫ້ປະຕິບັດຕາມພຣະບັນຍັດຂອງພຣະອົງ  ໄດ້ຮັບມອບມາຈາກພຣະຜູ້ເປັນເຈົ້າພຣະຜູ້ຊົງຮອບຮູ້ ພຣະຜູ້ຊົງອັດສະລິ ຍະພາບ.

ຂໍໃຫ້ວິນຍານຂອງຂ້າພະອົງ   ໄດ້ອຸທິດໃຫ້ແກ່ການຖືກປະທຸບຮ້າຍທີ່ພຣະອົງໄດ້ຮັບ  ແລະ ເປັນຄ່າໄຖ່ສໍາລັບຄວາມທຸກຍາກຂອງພຣະອົງ    ຂ້າພະອົງຂໍວິງວອນຕໍ່ພຣະຜູ້ເປັນເຈົ້າ  ຕໍ່ບັນດາຜູ້ທີ່ມີໃບໜ້າແຈ່ມໃສ  ດ້ວຍແສງສະຫວ່າງຈາກພຣະພັກຂອງພຣະອົງ  ແລະ  ຜູ້ທີ່ປະຕິບັດຕາມບັນ
ຊາທຸກຢ່າງ  ດ້ວຍຄວາມຮັກພຣະອົງ  ຂໍຊົງກໍາຈັດມ່ານທີ່ປິດກັ້ນລະຫວ່າງພຣະອົງ ແລະ  ບັນດາຜູ້ທີ່ພຣະອົງສ້າງຂຶ້ນມາ  ຂໍຊົງປະທານສິ່ງທີ່ດີງາມໃຫ້ແກ່ຂ້າພະອົງ  ໃນໂລກນີ້ແລະໂລກໜ້າ  ຄວາມຈິງແລ້ວ ພຣະອົງຄື  ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງປະເສີດສຸດ ພຣະຜູ້ຊົງຄວາມຮຸ່ງເຮືອງ ພຣະຜູ້ຊົງອະໄພສະເໝີ   ພຣະຜູ້ຊົງເຫັນໃຈ.

ຂ້າແດ່ພຣະຜູ້ເປັນນາຍ  ພຣະຜູ້ເປັນເຈົ້າຂອງຂ້າພະອົງຂໍພຣະອົງ ຊົງປະສາດພອນ ໃຫ້ກັບພຶກສາສະຫວັນນີ້ ຕະ ຫລອດຈົນໃບ ເຫງົ່າໄມ້ ກິ່ງງ່າ ລໍາຕົ້ນ ແລະໜໍ່ ຂອງພຶກສານີ້ ຕາບນານ  ເທົ່າທີ່ອະທິປະໄຕອັນວິເສດສຸດ  ແລະຄຸນລັກສະນະອັນກຽງໄກທີ່ສຸດຂອງພຣະອົງຍັງຢູ່ ຂໍຊົງຄຸ້ມຄອງພຶກສານີ້ ໃຫ້ປອດໄພຈາກການປອງຮ້າຍຂອງຜູ້ຮຸກຮານ ແລະຜູ້ກົດຂີ່ ແທ້ຈິງແລ້ວ ພຣະອົງຄື ພຣະຜູ້ຊົງມະຫິທານຸພາບ ພຣະຜູ້ຊົງ ອານຸພາບສູງສຸດ ຂ້າແດ່ພຣະຜູ້ເປັນນາຍ ພຣະຜູ້ເປັນເຈົ້າ ຂອງຂ້າພະອົງ ຂໍພຣະອົງຊົງປະສາດພອນອີກດ້ວຍ ໃຫ້ກັບ ບັນດາຄົນຮັບໃຊ້ຊາຍຍິງ ທີ່ມາເຖິງເບື້ອງພຣະພັກຂອງພຣະ ອົງ  ຄວາມຈິງແລ້ວ ພຣະອົງຄື ພຣະຜູ້ຊົງອາລີ ແລະພຣະກະລຸນາຂອງພຣະອົງ ບໍ່ມີຂີດຈໍາກັດ ບໍ່ມີພຣະຜູ້ເປັນເຈົ້າອື່ນໃດ ນອກຈາກພຣະອົງ ພຣະຜູ້ຊົງອະໄພສະເໝີ ພຣະຜູ້ຊົງເອື້ອ ເຟື້ອທີ່ສຸດ.

-Bahá'u'lláh
-----------------------

